
ການລົງນາມຮ່ວມມືຄັ້ງນີ້ ເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍີ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍຄືສອງອົງຄະນະພັກອົງການປົກຄອງ ແລະ ປະຊາຊົນ ນວ ກັບນະຄອນຫຼວງຮ່າໂນ້ຍ ເຊິ່ງທັງສອງຝ່າຍເຫັນດີໃນການລົງນາມບົດບັນທຶກການຮ່ວມມືໄລຍະປີ 2022-2025 ປະກອບມີ ຮ່ວມມືດ້ານການເມືອງ ຕ່າງປະ ເທດ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ານເສດຖະກິດ ດ້ານການສຶກສາ-ບຳລຸງສ້າງວັດທະນະທໍາ-ສັງຄົມ ພ້ອມນັ້ນ ຮ່ວມມືລະຫວ່າງບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຄະນະກຳມະການແນວລາວສ້າງຊາດ ນວ ແລະ ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ນະຄອນຫຼວງຮ່າໂນ້ຍ ກໍຄືບັນດາການຈັດຕັ້ງການເມືອງ-ສັງຄົມຂອງສອງຝ່າຍຕື່ມອີກ.