ມະຕິຂອງກອງປະຊຸມ ຄລທ ຄັ້ງທີ 48 :
– ກອງປະຊຸມ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນນະຄອນຫຼວງວຽງຈັນ ຄັ້ງທີ 48 ໂດຍການມອບໝາຍຂອງທ່ານ ປອ. ສິນລະວົງ ຄຸດໄພທູນ, ກໍາມະການ ກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນນະຄອນຫຼວງວຽງຈັນ ໃຫ້ທ່ານ ພູຂົງ ບັນນະວົງ, ຮອງເຈົ້າຄອງ, ຫົວໜ້າ ພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ຄລທ ເປີດວາລະກອງປະຊຸມຂື້ນໃນຕອນບ່າຍຂອງວັນທີ 17 ມີນາ 2021 ຢູ່ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ.
– ຜ່ານກອງປະຊຸມ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນນະຄອນຫຼວງວຽງຈັນ ໄດ້ມີຄຳເຫັນໃຫ້ 5 ໂຄງການທີຂໍສະເໜີດັ່ງນີ້:
1. ກ່ຽວກັບກຸ່ມບໍລິສັດ ພົງສະຫວັນ ຈຳກັດ ສະເໜີຂໍສືບຕໍ່ເກັບກຳຂໍ້ມູນ ແລະ ຊົດເຊີຍທີ່ດິນ, ຜົນລະປູກ ແລະ ສິ່ງປຸກສ້າງຂອງປະຊາຊົນ ຈຳນວນ 280 ເຮັກຕາ ຢູ່ເຂດນິຄົມອຸດສາຫະກຳ ນະຄອນຫຼວງວຽງຈັນ ທີ່ນອນໃນຂອບເຂດເນື້ອທີ່ 300 ເຮັກຕາກອງປະຊຸມເຫັນວ່າ ເປັນການສະເໜີໃນການປະຕິບັດ ຕາມສິດ, ໜ້າທີ່ ທີ່ໄດ້ເຊັນ (MOU) ກັບ ນະຄອນຫຼວງວຽງຈັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 4 ຂໍ້ 4.2 ຂອງບັນທຶກຄວາມເຂົ້າໃຈ (MOU) ສະບັບລົງວັນທີ 28 ກໍລະກົດ 2017 ແລະ ເຫັນວ່າ ການສະເໜີດັ່ງກ່າວແມ່ນຕິດພັນກັບເນື້ອທີ່ດິນຈຳນວນຫຼາຍ ສະນັ້ນ, ກອງປະຊຸມເຫັນດີມອບໃຫ້ຄະນະກຳມະການສະເພາະກິດທີ່ໄດ້ຮັບການແຕ່ງຕັ້ງຮັບຜິດຊອບໃນການລົງເກັບກຳຂໍ້ມູນ ແລະ ຊົດເຊີຍທີ່ດິນ, ຜົນລະປູກ ແລະ ສິ່ງປຸກສ້າງຂອງປະຊາຊົນຢູ່ໃນເຂດດັ່ງກ່າວສົມທົບກັບບໍລິສັດ ກະກຽມຂໍ້ມູນສັງລວມລາຍງານວຽກງານດັ່ງກ່າວໃຫ້ລະອຽດຊັດເຈນ ເພື່ອລາຍງານ ຕໍ່ກອງປະຊຸມຄະນະປະຈຳພັກ ຫຼື ກອງປະຊຸມອົງການປົກຄອງ ນະຄອນຫຼວງວຽງຈັນ.
2. ກ່ຽວກັບການສະເໜີຂໍສຳປະທານລົງທຶນພັດທະນາດອນກາງຂອງ, ບ້ານດອນກາງຂອງ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ເພື່ອລົງທຶນພັດທະນາເປັນເຂດການຜະລິດກະສິກຳສະໜອງພາຍໃນ ແລະ ສົ່ງອອກຕ່າງປະເທດ ຂອງບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈຳກັດ ກອງປະຊຸມເອກະພາບກັນສະເໜີໃຫ້ບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ລໍຖ້າຜົນຂອງການລົງເກັບກຳຂໍ້ມູນ, ສຶກສາ ແລະ ສຳຫຼວດຄວາມເປັນໄປໄດ້ຂອງພາກລັດກ່ອນ ຖ້າຜົນອອກມາຄືແນວໃດນັ້ນ ຈຶ່ງສືບຕໍ່ຄົ້ນຄວ້າພິຈາລະນາໃນຂັ້ນຕໍ່ໄປ.
3. ກ່ຽວກັບການສະເໜີຂໍຮ່ວມມືໃນການລົງທຶນພັດທະນາໂຄງການຊົນລະກະເສດ (ປູກຝັງ, ລ້ຽງສັດ ແລະ ການປະມົງ) ລະຫວ່າງ ບໍລິສັດ ລາວສະໄໝກໍ່ສ້າງຂົວທາງ ແລະ ບໍລິການ ຈຳກັດ ກັບ ກົມໃຫຍ່ພະລາທິການ, ກະຊວງ ປ້ອງກັນປະເທດ ໃນເນື້ອທີ່ລຽບຕາມລ່ອງນ້ຳສັງ (ເຂດພື້ນທີ່ຍຸດທະສາດກອງທັບ) ທີ່ຕິດພັນກັບໂຄງການພັດທະນາເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 MW ນ້ຳສັງ, ບ້ານວັງມ້າ, ເມືອງສັງທອງ, ນະຄອນຫຼວງວຽງຈັນ, ໂດຍພື້ນຖານກອງປະຊຸມເຫັນດີ ຕາມທິດຊີ້ນຳຂອງທ່ານລັດຖະມົນຕີກະຊວງ ປ້ອງກັນປະເທດ ໂດຍໃຫ້ກົມໃຫຍ່ພະລາທິການ, ກະຊວງ ປ້ອງກັນປະເທດ ເປີດກອງປະຊຸມປຶກສາຫາລືຮ່ວມກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນກ່ອນ ແລ້ວແຈ້ງຜົນຫານະຄອນຫຼວງວຽງຈັນ ຮັບຊາບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ.
4. ກ່ຽວກັບການສະເໜີຂໍໃບອະນຸຍາດລົງທຶນໂຄງການພັດທະນາເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 MW ນ້ຳສັງ, ບ້ານວັງມ້າ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ໂດຍພື້ນຖານກອງປະຊຸມແມ່ນເຫັນດີໃຫ້ອອກໃບອະນຸຍາດລົງທຶນໃຫ້ແກ່ໂຄງການດັ່ງກ່າວ ເພື່ອເປັນບ່ອນອີງ ແລະ ເປັນນິຕິກຳໃນການດຳເນີນຈັດຕັ້ງປະຕິບັດໂຄງການ ເນື່ອງຈາກ ບໍລິສັດໄດ້ສຳເລັດໜ້າວຽກຕາມຂັ້ນຕອນ ທີ່ໄດ້ກຳນົດໄວ້ໃນສັນຍາພັດທະນາໂຄງການ (PDA). ແຕ່ກ່ອນຈະອອກໃບອະນຸຍາດລົງທຶນໃຫ້ແກ່ໂຄງການດັ່ງກ່າວ ມອບໃຫ້ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຄົ້ນຄວ້າຄືນກ່ຽວກັບລະບຽບຂັ້ນຕອນຂອງການສ້າງບົດປະເມີນຜົນກະທົບສິ່ງແວດລ້ອມທຳມະຊາດ ແລະ ສັງຄົມກ່ອນ, ແລ້ວແຈ້ງເປັນລາຍລັກອັກສອນມາຍັງພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ເພື່ອພິຈາລະນາໃນຂັ້ນຕໍ່ໄປ.
5. ຮັບຟັງການລາຍງານຜົນຂອງການລົງສຳຫຼວດ, ເກັບກຳຂໍ້ມູນຫົວໜ່ວຍລາຄາທົດແທນຄ່າເສຍຫາຍໃຫ້ແກ່ຜູ້ຖືກຜົນກະທົບໃນເຂດໜອງຕະເລິ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຂອງບໍລິສັດ ພັນມີໄຊ ຈຳກັດຜູ້ດຽວ ກອງປະຊຸມໄດ້ຕົກລົງເປັນເອກະພາບ ເຫັນດີໃຫ້ບໍລິສັດ ພັນມີໄຊ ຈຳກັດຜູ້ດຽວ ສົມທົບກັບ ຄະນະກຳມະການສະເພາະກິດທີ່ໄດ້ຮັບການແຕ່ງຕັ້ງໃນການລົງເກັບກຳຂໍ້ມູນຕໍ່ກັບໂຄງການດັ່ງກ່າວ ກະກຽມຂໍ້ມູນກ່ຽວກັບຜົນຂອງການລົງສຳຫຼວດໂຄງການດັ່ງກ່າວ ນຳສະເໜີລາຍງານຕໍ່ກອງປະຊຸມຫ້ອງການບໍລິການການລົງທຶນປະຕູດຽວ ຂັ້ນນະຄອນຫຼວງວຽງຈັນ ກ່ອນ ແລ້ວຈຶ່ງນຳສະເໜີລາຍງານກອງປະຊຸມ ຄລທ ພິຈາລະນາໃນຂັ້ນຕໍ່ໄປ.